ປະຫວັດຄວາມເປັນມາຂອງປະເທດທີ່ຜະລິດເຮັ້ມທີ່ສຳຄັນ
ການນຳໃຊ້ພືດເຮັ້ມ ເຂົ້າໃນການດຳລົງຊີວິດປະຈຳວັດຂອງມະນຸດແມ່ນມີມາແຕ່ຍຸກຫີນ ໂດຍພົບຮ່ອງ ຮອຍ ການພີມເສັ້ນໃຍເຮັ້ມໃນເຄື່ອງປັ້ນດິນເຜົາໃນປະເທດຈີນ ແລະ ໃຕ້ຫວັນ ມີອາຍຸຫລາຍກວ່າ 10,000 ປີ ຊື່ງຊາວອາຊີໂບຮານເຫລົ່ານີ້ ຍັງໄດ້ໃຊ້ເສັ້ນໃຍແບບດຽວກັນເຮັດເປັນເສື້ອຜ້າ, ເກີບ, ເຊື້ອກ ແລະ ເຈັ້ຍກະ ດາດໃນຍຸກຕົ້ນໆ.
ເລີ້ມແຕ່ສັດຕະວັດທີ 1950 ເຖີງ 1980 ປະເທດສະຫະພາບໂຊວຽດ ເປັນປະເທດທີ່ຜະລິດເຮັ້ມລາຍໃຫຍ່ທີ່ສຸດຢູ່ໃນໂລກ ໃນເນື້ອທີ່ 3,000 ກິໂລຕາແມັດ ໃນປີ 1970 ເນື້ອທີ່ປູກເຂດຫລັກ ຕັ້ງຢູ່ໃນເຂດ ຢູເຄນ, ພູມິພາກ Kursk ແລະ Orel ຂອງລັດເຊັຍ ແລະ ແຖບໃກ້ຊາຍແດນປະເທດໂປແລນ ແລະ ປະເທດທີ່ຜະລິດທີ່ສຳຄັນອື່ນໆ ຄື: ປະເທດຈີນ, ເກົາຫລີເໜືອ, ອາດີດຢູໂກສະລາເວັຍ, ໂລມາເນັຍ, ໂປແລນ, ຝຮັ່ງເສດ ແລະ ອີຕາລີ ແລະ ໃນໄລຍະທົດສະວັດ 1990 ມີປະເທດການາດ້າ, ສະຫາລາດສະອານາຈັກ ແລະ ປະເທດເຢຍລະມັນ ໄດ້ຜະລິດໃນຮູບແບບການຄ້າ ເສັ້ນໃຍທີ່ຜະລິດໃນປະເທດເຢັຍລະມັນ ແມ່ນນຳໃຊ້ເປັນຊີ້ນສ່ວນຂອງແຜ່ນວັດຖຸໜ້າປັດລົດຍົນ. ບໍລິສັດໃນປະເທດການາດ້າ, ສະຫະລາດຊສ໌ອານາຈັກ, ສະຫະລັດ ແລະ ເຍຍລະມັນ ໄດ້ເຮັດການແປຮູບຈາກເມັດພືດເຮັ້ມໄປເປັນຜະລິດຕະພັນອາຫານ ແລະ ເຄື່ອງສຳອາງ.
ໃນອານາຄົດຂອງເຮັ້ມ
ໃນທົດສະວັດທີ່ຜ່ານມາ ເຮັ້ມໄດ້ຖືກສະໜັບສະໜູນກັນຢ່າງກວ້າງຂວາງ ໃຫ້ເປັນພືດອານາຄົດ ທີ່ໄດ້ ຖືືກກະຕຸ້ນໂດຍເຕັກໂນໂລຊີທີ່ທັນສະໄໝ ເຮັດໃຫ້ເຮັ້ມເໝາະສົມກັບການຜະລິດເຈັ້ຍ ໃນດ້ານອຸດສາຫະກຳ ໃຊ້ ເປັນແຫຼ່ງພະລັງງານທີ່ສາມາດນຳມານຳໃຊ້ໃໝ່ໄດ້ ( ໃຊ້ເປັນເຊື້ອໄຟຊີວະພາບ ) ແລະ ໃຊ້ອະນຸພັນຂອງເຮັ້ມ ແທນຜະລິດຕະພັນທາງເຄມີ.
ພລາດສະຕິກຈາກເຮັ້ມ ເປັນເທັກໂນໂລຊີໃໝ່ ທີ່ໃຊ້ພລາດສະຕິກປະສົມກັນເສັ້ນໃຍເຮັ້ມ 20-100% ທີ່ສາມາດຖືກສ້າງເປັນແມ່ພີມແບບສີດໄດ້ ການໃຊ້ສ່ວນປະສົມທີ່ມີການຍືດດ້ວຍ ເສັ້ນໃຍເຮັ້ມ ແລະ ພລາດສຕິກທຳມະຊາດອື່ນໆ ຖືກຄາດວ່າຈະເປັນສິ່ງທີ່ນິຍົມກັນຫລາຍ ເນື່ອງຈາກນ້ຳມັນມີລາຄາສູງຂື້ນ ແລະ ໂລກກຳລັງຢ້ານກັບພາວະທາງດ້ານສິ່ງແວດລ້ອມຫລາຍຂື້ນ
ຄວາມຕ້ອງການດ້ານອາຫານເພື່ອສຸຂະພາບມີຫລາຍຂື້ນ ໄດ້ກະຕຸ້ນດ້ານການຄ້າເມັດເຮັ້ມທີ່ມີເປືອກຫຸ້ມ, ຜົງໂປຣຕີນຈາກເຮັ້ມ ແລະ ນໍ້າມັນຈາກເຮັ້ມ ເທົ່າໆກັບຜະລິດຕະພັນ ອາຫານສໍາເລັດຮູບ ແລະ ອາຫານພ້ອມຮັບປະທານ ທີ່ໃຊ້ພະນຸພັນເຫລົ່ານີ້ເປັນສ່ວນປະສົມ ນ້ຳມັນຈາກເຮັ້ມໄດ້ຖືກນຳໃຊ້ຫລາຍຂື້ນ ໃນຜະລິດຕະພັນດູແລຜີວໜັງເປັນຕົ້ນ.
ເສັ້ນໃຍຂອງເຮັ້ມ (Fiber)

ເສັ້ນໃຍຂອງເຮັ້ມເປັນເສັ້ນໃຍທີ່ມີຄຸນນະພາບສູງ ມີຄວາມໜຽວຍືດຍຸ່ນແຂງແຮງ ແລະ ທົນທານສູງ ສາມາດນ້ຳໄປເປັນວັດຖຸດິບໃນການເຮັດຜະລິດຕະພັນຈາກເສັ້ນໃຍໄດ້ຫລາຍກວ່າ 5,000 ຊະນິດ ຕັ້ງແຕ່ເຊືອກ ຈົນເຖີງເສັ້ນໃຍທີ່ລະອຽດ ສ່ວນເສັ້ນໃຍ່ທີ່ມີຄຸນນະພາບຕໍ່າ ຫູື ກາກຂອງເສັ້ນໃຍ ຊື່ງປະກອບໄປດ້ວຍສານເຊລລູໂລຫຼາຍກວ່າ 77% ນັ້ນ ສາມາດນຳໄປໃຊ້ຜະລິດເປັນ ຜະລິດຕະພັນຕ່າງໆ ໄດ້ຫູາຍກວ່າ 25,000 ຊະນິດ ນັບຕັ້ງແຕ່ເປັນສ່ວນປະສົມໜື້ລະເບີດ ຫຼື ໄດນາໄມ ຈົນເຖີງການເຮັດແຜ່ນເຍື້ອບາງເຊລໂລເຟນ ຢ່າງໃດກໍ່ຕາມ ຄວາມຕ້ອງການຂອງຕຫລາດເສັ້ນໃຍເຮັ້ມໃນປັດຈຸັນນີ້ ມີຢູ່ສອງປະການ ຄື: ໃຊ້ເປັນວັດຖຸດິບໃນການຜະລິດຜ້າ ແລະ ເຈັ້ຍກະດາດ ໃນການສົມທຽບປະລິມານເສັ້ນໃຍຈາກການປູກເຮັ້າ ແລະ ການປູກຝ້າຍໃນໄລຍະເວລາ 1 ປີ ເທົ່າໆກັນ ພົບວ່າການປູກເຮັ້ມໃນເນື້ອທີ່ 10 ໄລ່ ຈະໃຫ້ຜົນຜະລິດເສັ້ນໃຍເທົ່າກັບການປູກຝ້າຍ 20-30 ໄລ່ ຊື່ງເສັ້ນໃຍຈາກເຮັ້ມນີ້ຈະມີຄຸນຄະພາບດີກ່ວາເສັ້ນໃຍຈາກຝ້າຍ ໂດຍເສັ້ນໃຍຈາກເຮັ້ມຈະຍາວກ່ວາສອງເທົ່າ ຂອງເສັ້ນໃຍຝ້າຍ, ມີຄວາມແຂງແຮງ ແລະ ຄວາມນຸ້ມຂອງເສັ້ນຫລາຍກວ່າເສັ້ນຝ້າຍ ຈາກຂໍ້ດີຂອງເສັ້ນໃຍເຮັ້ມ ຈະເຫັນໄດ້ວ່າ ໃນປັດຈຸບັນໄດ້ມີການພັດທະນາຜະລິດຕະພັນຈາກເສັ້ນໃຍເຮັ້ມ 100 % ເຊັ່ນ: ເສື້ອເຊີດ, ສົ້ງ, ກະເປົາ ແລະ ອື່ນໆ.
ການນຳໃຊ້ເຮັດເສື້ອຜ້າ ເຖີງແມ່ນວ່າເສື້ອຜ້າທີ່ຜະລິດຈາກເສັ້ນໃຍເຮັ້ມ ຈະເຮັດໃຫ້ເກີດຮອຍພັບງ່າຍ ແຕ່ລັກສະນະຂອງເສັ້ນໃຍເຮັ້ມທີ່ສາມາດລອກອອກເປັນຊັ້ນໆ ຄ້າຍຫົວຜັກບົ່ວ ສາມາດນຳມາໃຊ້ຜະລິດເປັນຜ້າບາງໆໄດ້ຕາມຄວາມຕ້ອງການ ແລະ ຍັງສາມາດຊັກດ້ວຍເຄື່ອງຈັກຊັກຜ້າໄດ້ ໂຄງສ້າງຂອງເສັ້ນໃຍເຮັດໃຫ້ ເສື້ອຜ້າທີ່ສວມໃສ່ເຢັນສະບາຍໃນລະດູຮ້ອນ ແລະ ອົບອຸ່ນສະບາຍໃນລະດູໜາວ ແລະ ຄຸນສົມບັດຂອງເສັ້ນໃຍທີ່ແຂງແຮງກວ່າຜ້າຝ້າຍ, ດູດຊັບຄວາມຊື້ນໄດ້ດີກວ່າໄນລອນ ອົບອຸ່ນກວ່າລິນິນ ທັງມີນ້ຳໜັກເບົາສວມໃສ່ສະ ບາຍ ກໍ່ແມ່ນປັນໃຈໜຶ່ງທີ່ເຮັດໃຫ້ເສັ້ນໃຍເຮັ້ມເຂົ້າມາເປັນຄູ່ແຂ່ງຂັນທີ່ສຳຄັນຂອງຕະຫຼາດເສັ້ຍໃຍທຳມະຊາດ.
ລາຄາຂອງຜ້າທີ່ຕ່ຳທໍຈາກເສັ້ນໃຍເຮັ້ມ ທີ່ວາງຂາຍໃນຕະຫລາດຊຽງໃໝ່ ປະເທດລາຊນາຈັັກໄທ ນັບວ່າມີລາຄາສູງຖ້າປຽບທຽບກັບຜ້າຊະນິດອື່ນໆ ຜ້າໃຍເຮັ້ມຊະນິດສີຂາວ ຂະໜາດກວ້າງ 10-12 ນີີ້ວ ຄວາມຍາວ 4 ວາ ມີລາຄາຂາຍໃນຕະຫລາດປະມານ 500 ບາດຕໍ່ຜືນ ແຕ່ສຳລັບຜ້າໃຍເຮັ້ມທີ່ຍ້ອມສີ ແລະ ມີລວດລາຍລາຄາຈະສູງກວ່າຜ້າສີຂາວ ໂດຍທົ່ວໄປຜ້າທີ່ຍາວ 6 ຫລາ ຈະຊື້ຂາຍກັນໃນຕະຫລາດຊຽງໃໝ່ປະມານ 600 ບາດຕໍ່ຜືນ ແຕ່ກໍ່ຂື້ນກັບຄຸນນະພາບ ແລະ ລວດລາຍຂອງຜ້າເປັນສຳຄັນ.
ຂະບວນການຜະລິດເສັ້ນໃຍເຮັ້ມ
1.
ຄັດເລືອກເມັດພັນເຮັ້ມ ແລະ ເຮັດການປູກ

2.
ເກັບກ່ຽວເຮັ້ມ ແລະ ນຳໄປຕາກແດດໃຫ້ແຫ້ງ ແລ້ວນຳໄປເກັບໄວ້ໃນຮົ່ມ ທີ່ອາກາດຖ່າຍເທສະດວກ

3.
ເຂົ້າສູ່ຂະບວນການຕົ້ມເສັ້ນໃຍເຮັ້ມ ເພື່ອເຮັດໃຫ້ເສັ້ນໃຍອ່ອນນຸ້ມ ແລະ ງ່າຍໃນການເຮັດເປັນເສັ້ນ

4.
ເສັ້ນໃຍທີ່ຜ່ານການຕົ້ມ ແລະ ນວດແລ້ວນຳມາຈັດລຽງເພື່ອຕຽມນຳເຂົ້າສູ່ຂະບວນການເຮັດເປັນຫຼອດດ້າຍ

5.
ນຳເສັ້ນໃຍເຮັ້ມທີ່ຈັດລຽງລຽບຮ້ອຍແລ້ວ ເຂົ້າສູ່ຂະບວນການ ກໍ້ເສັ້ນໃຍເຂົ້າຫລອດດ້າຍ

6.
ເສັ້ນໃຍເຮັ້ມທີ່ໄດ້ ເຂົ້າສູ່ຂະບວນການຕ່ຳທໍເປັນຜ້າຜືນ ດ້ວຍເຄື່ອງຈັກທີ່ທັນສະໃໝ

7.
ມີການຄວບຄຸມຄຸນນະພາບຂອງຜ້າທໍຈາກເຮັ້ມ



[ BACK ]